lo_1sa_text_ulb_l3/16/17.txt

1 line
1.2 KiB
Plaintext

\v 17 ໂຊນຈຶ່ງໄດ້ສັ່ງພວກຜູ້ຮັບໃຊ້ຂອງພະອົງວ່າ,"ຈົ່ງໄປຫາຊາຍຄົນຫນຶ່ງທີ່ດິດພິນໄດ້ດີແລະນຳລາວມາຫາເຮົາ." \v 18 ແລ້ວຫນຶ່ງໃນພວກຊາຍຫນຸ່ມໄດ້ຕອບ, ແລະກ່າວວ່າ, "ຂ້ານ້ອຍໄດ້ເຫັນລູກຊາຍຄົນຫນຶ່ງຂອງເຢຊີຊາວເບັດເລເຮັມ, ຜູ້ຊຶ່ງມີຝີມືໃນການດິດພິນ, ເປັນຄົນແຂງແຮງ, ເປັນຄົນກ້າຫານ, ເປັນນັກຮົບ, ເປັນຄົນສຸຂຸມໃນການເວົ້າ, ແລະເປັນຄົນມີຫນ້າຕາດີ; ແລະພຣະຢາເວສະຖິດກັບລາວ." \v 19 ດັ່ງນັ້ນໂຊນຈຶ່ງໄດ້ສົ່ງພວກຜູ້ສົ່ງຂ່າວໄປຍັງເຢຊີ, ແລະກ່າວວ່າ,"ຈົ່ງສົ່ງດາວິດລູກຊາຍຂອງທ່ານ, ຜູ້ທີ່ຢູ່ກັບແກະນັ້ນມາຫາເຮົາ."