lo_1sa_text_ulb_l3/16/14.txt

1 line
1.1 KiB
Plaintext

\v 14 ບັດນີ້ພຣະວິນຍານຂອງພຣະຢາເວຊົງຈາກໂຊນໄປ, ແລະວິນຍານຊົ່ວທີ່ເປັນອັນຕະລາຍຈາກພຣະຢາເວກໍໄດ້ລົບກວນລາວແທນທີ່. \v 15 ພວກຜູ້ຮັບໃຊ້ຂອງໂຊນໄດ້ເວົ້າວ່າ,"ເບິ່ງແມ, ວິນຍານທີ່ເປັນອັນຕະຣາຍຈາກພຣະເຈົ້າ ກຳລັງລົບກວນພະອົງຢູ່. \v 16 ຂໍໃຫ້ເຈົ້ານາຍຂອງພວກຂ້ານ້ອຍ ຈົ່ງສັ່ງພວກຜູ້ຮັບໃຊ້ຂອງພະອົງໃຫ້ຫາຄົນທີ່ມີຄວາມຊຳນານໃນການດິດພິນ. ແລ້ວເມື່ອວິນຍານທີ່ເປັນອັນຕະຣາຍຈາກພຣະເຈົ້າມາເຫນືອພະອົງ. ລາວກໍຈະດິດພິນແລະພະອົງຈະດີຂຶ້ນ."