lo_1sa_text_ulb_l3/16/06.txt

1 line
1.0 KiB
Plaintext

\v 6 ເມື່ອພວກເຂົາໄດ້ມາແລ້ວ, ລາວກໍແນມເຫັນເອລີອາບ ແລະ ໄດ້ກ່າວກັບຕົນເອງວ່າ ຜູ້ທີ່ພຣະຢາເວຊົງໃຫ້ເຈີມໄວ້ກໍ ໄດ້ຢືນຢູ່ຂ້າງຫນ້າລາວແລ້ວ. \v 7 ແຕ່ພຣະຢາເວໄດ້ກ່າວກັບຊາມູເອນວ່າ, "ຢ່າເບິ່ງທີ່ຮູບຮ່າງພາຍນອກຂອງລາວ, ຫລື ເບິ່ງທີ່ຄວາມສູງສະຫງ່າຂອງຮ່າງກາຍຂອງລາວ; ເພາະພຣະຢາເວໄດ້ປະຕິເສດລາວ. ສຳລັບພຣະຢາເວແລ້ວ ພຣະອົງບໍ່ໄດ້ເບິ່ງເຫມືອນມະນຸດເບິ່ງ; ມະນຸດເບິ່ງທີ່ຮູບຮ່າງພາຍນອກ, ແຕ່ພຣະຢາເວເບິ່ງທີ່ຈິດໃຈພາຍໃນ."