lo_1sa_text_ulb_l3/15/14.txt

1 line
1.3 KiB
Plaintext

\v 14 ຊາມູເອນໄດ້ຕອບວ່າ, "ຖ້າຢ່າງນັ້ນສຽງແກະນີ້ ທີ່ຮ້ອງເຂົ້າຫູຂອງຂ້າພະເຈົ້າ, ແລະສຽງງົວທີ່ຂ້າພະເຈົ້າໄດ້ຍິນຄືອັນໃດກັນ?" \v 15 ໂຊນໄດ້ຕອບວ່າ, "ພວກເຂົາໄດ້ນຳພວກມັນມາຈາກຄົນອາມາເຫລັກ. ເພາະວ່າ ປະຊາຊົນໄດ້ໄວ້ຊີວິດບັນດາແກະ ແລະ ງົວທີ່ດີທີ່ສຸດ, ເພື່ອໃຫ້ເປັນເຄື່ອງສັດບູຊາແດ່ພຣະຢາເວພຣະເຈົ້າຂອງທ່ານ. ນອກຈາກນັ້ນ ພວກເຮົາໄດ້ທຳລາຍຫມົດເລີຍ." \v 16 ແລ້ວຊາມູເອນຈຶ່ງໄດ້ກ່າວກັບໂຊນວ່າ, "ດຽວກ່ອນ, ແລະຂ້າພະເຈົ້າຈະບອກທ່ານວ່າ ພຣະຢາເວໄດ້ກ່າວກັບຂ້າພະເຈົ້າຢ່າງໃດມື້ຄືນນີ້." ແລະໂຊນກໍໄດ້ກ່າວວ່າ,"ຈົ່ງກ່າວມາເຖີດ!"