lo_1sa_text_ulb_l3/15/08.txt

1 line
869 B
Plaintext

\v 8 ແລ້ວພະອົງໄດ້ຈັບອາກັກກະສັດຂອງຄົນອາມາເລກທັງເປັນ; ພະອົງໄດ້ທຳລາຍປະຊາຊົນທັງຫມົດດ້ວຍຄົມດາບ. \v 9 ແຕ່ໂຊນ ແລະ ປະຊາຊົນໄດ້ໄວ້ຊີວິດອາກັກ, ກັບຝູງແກະທີ່ດີທີ່ສຸດ ແລະ ຝູງງົວທີ່ດີທີ່ສຸດ, ເຫລົ່າລູກງົວທີ່ອ້ວນພີ, ແລະບັນດາແກະ. ທຸກສິ່ງທີ່ດີທັງຫມົດ, ພວກເຂົາບໍ່ໄດ້ທຳລາຍ. ແຕ່ພວກເຂົາໄດ້ທຳລາຍສິ່ງທີ່ຫນ້າກຽດຊັງ ແລະ ໄຮ້ຄ່າ ຈົນຫມົດກ້ຽງ.