lo_1sa_text_ulb_l3/14/11.txt

1 line
1.1 KiB
Plaintext

\v 11 ດັ່ງນັ້ນ ທັງສອງຈຶ່ງໄດ້ສະແດງຕົນແກ່ກອງທະຫານຮັກສາການຂອງຄົນຟີລິສະຕິນ. ຄົນຟີລິສະຕິນໄດ້ກ່າວວ່າ, "ເບິ່ງແມ໋, ພວກເຮັບເຣີໄດ້ອອກມາຈາກຮູທີ່ພວກເຂົາລີ້ແລ້ວ." \v 12 ແລ້ວກອງທະຫານຮັກສາການຈຶ່ງໄດ້ຮ້ອງບອກໂຢນາທານ ແລະຜູ້ຖືອາວຸດຂອງພະອົງ ແລະ ເວົ້າວ່າ, "ຈົ່ງຂຶ້ນມາຫາພວກເຮົາ, ແລະພວກເຮົາຈະສະແດງບາງສິ່ງໃຫ້ພວກເຈົ້າຮູ້." ໂຢນາທານຈຶ່ງໄດ້ບອກຜູ້ຖືອາວຸດຂອງທ່ານວ່າ, "ຈົ່ງຕາມຂ້ອຍມາ, ເພາະວ່າພຣະຢາເວໄດ້ມອບພວກເຂົາໄວ້ໃນມືຂອງອິສະຣາເອນແລ້ວ."