lo_1sa_text_ulb_l3/13/11.txt

1 line
1.1 KiB
Plaintext

\v 11 ແລ້ວຊາມູເອນກ່າວວ່າ,"ພະອົງໄດ້ເຮັດຫຍັງລົງໄປແລ້ວນີ້? ໂຊນໄດ້ຕອບວ່າ, "ເມື່ອຂ້າພະເຈົ້າໄດ້ເຫັນປະຊາຊົນກຳລັງຈາກຂ້າພະເຈົ້າໄປ, ແລະທ່ານກໍບໍ່ໄດ້ມາພາຍໃນວັນທີ່ກຳຫນົດໄວ້, ແລະຄົນຟີລິສະຕິນກໍໄດ້ຊຸມນຸມກັນທີມິກມາດ, \v 12 ຂ້າພະເຈົ້າກ່າວວ່າ, 'ບັດນີ້ ຄົນຟີລິສະຕິນຈະຍົກມາຮົບກັບຂ້າພະເຈົ້າທີ່ກິນການ, ແລະຂ້າພະເຈົ້າຍັງບໍ່ໄດ້ຂໍພຣະກະຣຸນາຕໍ່ພຣະຢາເວ.' ດັ່ງນັ້ນ ຂ້າພະເຈົ້າຈຶ່ງຝືນໃຈຕົນເອງໃຫ້ຂຶ້ນໄປຖວາຍເຄື່ອງເຜົາບູຊາທັງໂຕ."