lo_1sa_text_ulb_l3/13/03.txt

1 line
1.1 KiB
Plaintext

\v 3 ໂຢນາທານໄດ້ປາບກອງທັບທະຫານຮັກສາການຂອງພວກຟີລິສະຕິນ ຊຶ່ງຢູ່ທີ່ເກບາພ່າຍແພ້ໄປ ແລະ ຄົນຟີລິສະຕິນໄດ້ຮູ້ເລື່ອງ. ແລ້ວໂຊນກໍໄດ້ເປົ່າແກທົ່ວແຜ່ນດິນ, ແລະກ່າວວ່າ, "ໃຫ້ຄົນເຮັບເຣິທັງຫລາຍໄດ້ຍິນ." \v 4 ຄົນອິສະຣາເອນທັງປວງໄດ້ຍິນວ່າ ໂຊນໄດ້ປາບກອງທະຫານຮັກສາການຂອງຟີລິສະຕິນພ່າຍແພ້ໄປແລ້ວ, ແລະຄົນອິສະຣາເອນທັງຫມົດກໍໄດ້ກາຍເປັນທີ່ກຽດຊັງຂອງຄົນຟີລິສະຕິນຢ່າງຍິ່ງ. ແລ້ວເຫລົ່າທະຫານກໍໄດ້ຖຶກເອີ້ນອອກມາໃຫ້ສົມທົບກັບໂຊນທີ່ກິນການ.