lo_1sa_text_ulb_l3/13/01.txt

1 line
1.0 KiB
Plaintext

\c 13 \v 1 ໂຊນມີອາຍຸສາມສິບປີ ເມື່ອພະອົງໄດ້ຂຶ້ນຄອງຣາຊະອຳນາດ; ເມື່ອພະອົງໄດ້ຄອງຣາຊະອຳນາດສີ່ສິບປີເຫນືອອິສະຣາເອນ, \v 2 ພະອົງໄດ້ຄັດເລືອກຜູ້ຊາຍອິສະຣາເອນສາມພັນຄົນ. ສອງພັນຄົນໃຫ້ຢູ່ກັບພະອົງທີມິກມາດ ແລະ ໃນເຂດແດນເນີນພູູເບັດເອນ, ອີກຫນຶ່ງພັນຄົນນັ້ນໃຫ້ຢູ່ກັບໂຢນາທານທີ່ເມືອງກີເບອາແຫ່ງເບັນຢາມິນ. ທະຫານທີ່ເຫລືອນັ້ນພະອົງກໍໄດ້ປ່ອຍໃຫ້ກັບເມືອເຮືອນຂອງໃຜລາວ, ແຕ່ລະຄົນກໍໄດ້ກັບເມືອທີ່ເຕັ້ນຂອງຕົນ.