lo_1sa_text_ulb_l3/12/19.txt

1 line
1.3 KiB
Plaintext

\v 19 ແລ້ວປະຊາຊົນທັງປວງໄດ້ເວົ້າກັບຊາມູເອນວ່າ, "ຂໍໃຫ້ທ່ານອະທິຖານເພື່ອຜູ້ຮັບໃຊ້ຂອງທ່ານຕໍ່ພຣະຢາເວພຣະເຈົ້າຂອງທ່ານ, ເພື່ອພວກເຮົາຈະບໍ່ເຖິງຕາຍ. ເພາະເຮົາໄດ້ເພີ່ມຄວາມຊົ່ວຮ້າຍນີ້ເຂົ້າກັບບາບທັງປວງຂອງພວກເຮົາ ໃນການຂໍໃຫ້ມີກະສັດສຳລັບພວກເຮົາ." \v 20 ຊາມູເອນໄດ້ຕອບວ່າ, "ຢ່າຢ້ານເລີຍ. ພວກທ່ານໄດ້ເຮັດຄວາມຊົ່ວຮ້າຍທັງປວງນີ້, ແຕ່ພວກທ່ານບໍ່ໄດ້ຫັນໄປເສຍຈາກການຕິດຕາມພຣະຢາເວ ແຕ່ໄດ້ຮັບໃຊ້ພຣະຢາເວດ້ວຍສຸດໃຈຂອງພວກທ່ານ. \v 21 ຢ່າຫັນໄປຕິດຕາມສິ່ງໄຮ້ສາຣະ ຊຶ່ງບໍ່ເປັນປະໂຫຍດຫລືຊ່ວຍພວກເຈົ້າໄດ້, ເພາະພວກມັນເປັນສິ່ງໄຮ້ຄ່າ.