lo_1sa_text_ulb_l3/12/10.txt

1 line
1.2 KiB
Plaintext

\v 10 ພວກເຂົາກໍໄດ້ຮ້ອງທູນຕໍ່ພຣະຢາເວ ແລະໄດ້ກ່າວວ່າ,"ພວກຂ້ານ້ອຍໄດ້ເຮັດບາບແລ້ວ, ເພາະວ່າຂ້ານ້ອຍໄດ້ປະຖິ້ມພຣະຢາເວ ແລະໄດ້ໄປຮັບໃຊ້ບັນດາພະບາອານ ແລະບັນດາພະອາສະຕາໂຣດ. ແຕ່ບັດນີ້ ຂໍຊ່ວຍກູ້ພວກຂ້ານ້ອຍໃຫ້ພົ້ນຈາກມືຂອງພວກສັດຕຣູຂອງພວກຂ້ານ້ອຍ, ແລະພວກຂ້ານ້ອຍຈະຮັບໃຊ້ພຣະອົງ.' \v 11 ດັ່ງນັ້ນ ພຣະຢາເວຈຶ່ງໄດ້ສົ່ງເຢຣູບບາອານ, ເບດານ, ເຢັບທາ, ແລະຊາມູເອນ, ແລະໄດ້ໃຫ້ພວກທ່ານໄດ້ຮັບຊັຍຊະນະເຫນືອພວກສັດຕຣູທີ່ຢູ່ຮອບພວກທ່ານ, ດັ່ງນັ້ນພວກທ່ານຈຶ່ງໄດ້ອາສັຍຢູ່ຢ່າງປອດພັຍ.