lo_1sa_text_ulb_l3/12/01.txt

1 line
961 B
Plaintext

\c 12 \v 1 ຊາມູເອນຈຶ່ງໄດ້ເວົ້າກັບປະຊາຊົນທັງປວງວ່າ, "ຂ້າພະເຈົ້າໄດ້ຟັງທຸກເລື່ອງທີ່ພວກທ່ານໄດ້ບອກຂ້າພະເຈົ້າ, ແລະຂ້າພະເຈົ້າໄດ້ຕັ້ງກະສັດເຫນືອພວກທ່ານແລ້ວ. \v 2 ບັດນີ້, ນີ້ຄືກະສັດທີ່ດຳເນີນຢູ່ຕໍ່ຫນ້າພວກທ່ານ; ແລະຂ້າພະເຈົ້າກໍເຖົ້າຈົນຜົມຫງອກແລ້ວ; ແລະ ພວກລູກຊາຍຂອງຂ້າພະເຈົ້າກໍຢູ່ກັບພວກທ່ານ. ຂ້າພະເຈົ້າເອງກໍໄດ້ຢູ່ຕໍ່ຫນ້າພວກທ່ານຕັ້ງແຕ່ຫນຸ່ມຈົນເຖິງທຸກວັນນີ້.