lo_1sa_text_ulb_l3/11/06.txt

1 line
1.4 KiB
Plaintext

\v 6 ເມື່ອໂຊນໄດ້ຍິນສິ່ງທີ່ພວກເຂົາໄດ້ເວົ້າ, ພຣະວິນຍານຂອງພຣະເຈົ້າກໍໄດ້ສວມທັບໂຊນ, ແລະລາວກໍໂກດຮ້າຍຢ່າງໃຫຍ່. \v 7 ລາວຈຶ່ງເອົາແອກງົວມາອັນຫນຶ່ງຕັດອອກໃຫ້ເປັນທ່ອນໆ, ແລະ ໄດ້ໃຫ້ພວກຜູ້ສົ່ງຂ່າວໄປທົ່ວເຂດແດນທັງປວງຂອງອິສະຣາເອນ. ລາວໄດ້ເວົ້າວ່າ, "ໃຜທີ່ບໍ່ອອກມາຕິດຕາມໂຊນ ແລະ ຕິດຕາມຊາມູເອນ, ນີ້ຄືສິ່ງທີ່ຈະເກີດຂຶ້ນກັບງົວຂອງລາວ." ແລ້ວຄວາມຢ້ານກົວພຣະຢາເວກໍໄດ້ແຜ່ມາເຫນືອປະຊາຊົນ, ແລະ ພວກເຂົາກໍໄດ້ອອກມາຮ່ວມເປັນໃຈດຽວກັນ. \v 8 ເມື່ອລາວໄດ້ລວມພົນຢູ່ທີ່ເບເຊັກ, ປະຊາຊົນອິສະຣາເອນມີສາມແສນຄົນ, ແລະຜູ້ຊາຍເຜົ່າຢູດາມີສາມສິບພັນຄົນ.