lo_1sa_text_ulb_l3/11/01.txt

1 line
1014 B
Plaintext

\c 11 \v 1 ແລ້ວນາຮາດຄົນອຳໂມນກໍໄດ້ໄປ ແລະ ໄດ້ຕັ້ງລ້ອມເມືອງຢາເບັດ ກີເລອາດ. ຊາວເມືອງຢາເບັດທັງຫມົດຈຶ່ງໄດ້ເວົ້າກັບນາຮາດວ່າ, "ຈົ່ງເຮັດພັນທະສັນຍາກັບພວກເຮົາ, ແລະພວກເຮົາຈະຍອມຮັບໃຊ້ພວກທ່ານ." \v 2 ແຕ່ນາຮາດຄົນອຳໂມນໄດ້ຕອບພວກເຂົາວ່າ, "ຕາມເງື່ອນໄຂນີ້ ຂ້ອຍຈະເຮັດສົນທິສັນຍາກັບພວກທ່ານ, ຄືວ່າເຮົາຈະຄວັກຕາເບື້ອງຂວາຂອງພວກເຈົ້າທຸກຄົນ, ແລະ ດ້ວຍວິທີນີ້ຈະເປັນທີ່ອັບປະຍົດແກ່ອິສະຣາເອນທັງປວງ."