lo_1sa_text_ulb_l3/10/17.txt

1 line
1.5 KiB
Plaintext

\v 17 ບັດນີ້ຊາມູເອນໄດ້ເອີ້ນປະຊາຊົນມາປະຊຸມກັນ ຕໍ່ຫນ້າພຣະຢາເວທີ່ມິຊະປາ. \v 18 ລາວໄດ້ກ່າວແກ່ປະຊາຊົນອິສະຣາເອນວ່າ, "ນີ້ຄືສິ່ງທີ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນໄດ້ກ່າວວ່າ, 'ເຮົາໄດ້ນຳອິສະຣາເອນອອກຈາກເອຢິບ, ແລະເຮົາໄດ້ຊ່ວຍກູ້ພວກເຈົ້າຈາກມືຂອງຊາວເອຢິບ, ແລະຈາກມືຂອງອານາຈັກທັງຫລາຍທີ່ໄດ້ຂົ່ມເຫງພວກເຈົ້າ.' \v 19 ແຕ່ວັນນີ້ພວກເຈົ້າຈະປະຖິ້ມພຣະເຈົ້າຂອງພວກເຈົ້າ, ຜູ້ຊຶ່ງຊ່ວຍພວກເຈົ້າໃຫ້ພົ້ນຈາກຄວາມຍາກລຳບາກ ແລະຄວາມທຸກຮ້ອນ; ແລະພວກເຈົ້າກ່າວຕໍ່ພຣະອົງວ່າ, 'ຂໍຕັ້ງກະສັດໄວ້ເຫນືອເຮົາ.' ບັດນີ້ ຈົ່ງເຂົ້າມາຕໍ່ຫນ້າພຣະຢາເວຕາມເຜົ່າຂອງພວກເຈົ້າ ແລະຕາມຕະກຸນຂອງພວກເຈົ້າ."