lo_1sa_text_ulb_l3/09/17.txt

1 line
1.3 KiB
Plaintext

\v 17 ເມື່ອຊາມູເອນໄດ້ເຫັນໂຊນ, ພຣະຢາເວ ຊົງບອກກັບລາວວ່າ, "ນີ້ເປັນຄົນທີ່ເຮົາໄດ້ບອກເຈົ້າ! ລາວຄືຄົນທີ່ຈະປົກຄອງເຫນືອປະຊາຊົນຂອງເຮົາ." \v 18 ແລ້ວໂຊນກໍໄດ້ເຂົ້າມາໃກ້ຊາມູເອນທີ່ປະຕູແລະໄດ້ເວົ້າວ່າ, "ຂໍບອກຂ້ານ້ອຍແດ່ວ່າ ເຮືອນຂອງຜູ້ທຳນວາຍຢູ່ບ່ອນໃດ?" \v 19 ຊາມູເອນໄດ້ຕອບໂຊນ ແລະ ເວົ້າວ່າ, "ຂ້າພະເຈົ້າເປັນຜູ້ທຳນວາຍຄົນນັ້ນ. ຈົ່ງນຳຫນ້າຂ້າພະເຈົ້າຂຶ້ນໄປຍັງສະຖານທີ່ສັກສິດ, ເພາະໃນວັນນີ້ ທ່ານຈະກິນອາຫານກັບຂ້າພະເຈົ້າ. ເຊົ້າມື້ອຶ່ນຂ້າພະເຈົ້າຈະໃຫ້ທ່ານໄປ, ແລະ ຂ້າພະເຈົ້າຈະບອກທຸກຢ່າງທີ່ຢູ່ໃນໃຈຂອງທ່ານແກ່ທ່ານ.