lo_1sa_text_ulb_l3/09/07.txt

1 line
1.0 KiB
Plaintext

\v 7 ແລ້ວໂຊນໄດ້ເວົ້າກັບຄົນໃຊ້ຂອງລາວວ່າ, "ແຕ່ຖ້າພວກເຮົາໄປ, ພວກເຮົາຈະເອົາຫຍັງໄປໃຫ້ຊາຍຄົນນັ້ນ? ເພາະວ່າເຂົ້າຈີ່ໃນຖົງຂອງເຮົາກໍຫມົດແລ້ວ, ແລະບໍ່ມີຂອງຂວັນທີ່ຈະນຳໄປໃຫ້ແກ່ຄົນຂອງພຣະເຈົ້າ. ພວກເຮົາມີອັນໃດແດ່?" \v 8 ຄົນໃຊ້ໄດ້ຕອບໂຊນ ແລະເວົ້າວ່າ, "ນີ້ແຫລະ, ໃນມືຂ້ານ້ອຍມີເງິນຢູ່ຫນຶ່ງສ່ວນສີ່ເຊເຄັນ ທີ່ຂ້ານ້ອຍຈະໃຫ້ແກ່ຄົນຂອງພຣະເຈົ້າ, ເພື່ອວ່າລາວຈະໄດ້ບອກພວກເຮົາວ່າທາງໃດທີ່ພວກເຮົາຄວນຈະໄປ."