lo_1sa_text_ulb_l3/09/05.txt

1 line
1.2 KiB
Plaintext

\v 5 ເມື່ອພວກເຂົາໄດ້ມາເຖິງດິນແດນຊູ, ໂຊນ ຈຶ່ງໄດ້ເວົ້າກັບຄົນໃຊ້ຂອງລາວທີ່ຢູ່ກັບລາວວ່າ, "ຈົ່ງມາເທາະ, ໃຫ້ເຮົາກັບໄປບ້ານ, ຫລື ພໍ່ຂອງຂ້ອຍອາດຈະເຊົາກັງວົນເລື່ອງຝູງລວາ ແຕ່ເລີ່ມຮ້ອນໃຈກັບເລື່ອງຂອງພວກເຮົາແທນ." \v 6 ແຕ່ຄົນໃຊ້ໄດ້ກ່າວກັບລາວວ່າ, "ຈົ່ງຟັງເຖີ້ນ, ມີຄົນຂອງພຣະເຈົ້າຄົນຫນຶ່ງໃນເມືອງນີ້. ລາວເປັນຄົນທີ່ໄດ້ຮັບຄວາມນັບຖືຫລາຍ; ທຸກສິ່ງທີ່ລາວເວົ້າຈະກາຍເປັນຈິງ. ໃຫ້ພວກເຮົາໄປທີ່ນັ້ນກັນເທາະ; ບາງທີລາວອາດຈະບອກເຮົາເຖິງທາງໃດທີ່ເຮົາຄວນໄປໃນການເດີນທາງຂອງພວກເຮົາ."