lo_1sa_text_ulb_l3/08/10.txt

1 line
1.4 KiB
Plaintext

\v 10 ດັ່ງນັ້ນຊາມູເອນຈຶ່ງໄດ້ບອກຖ້ອຍຄຳທັງຫລາຍຂອງພຣະຢາເວໃຫ້ແກ່ປະຊາຊົນທີ່ຂໍໃຫ້ມີກະສັດ. \v 11 ລາວໄດ້ເວົ້າວ່າ, "ນີ້ເປັນສິ່ງທີ່ກະສັດ ຜູ້ທີ່ຈະຄອບຄອງເຫນືອພວກເຈົ້າຈະຊົງກະທຳ. ພະອົງຈະເກນລູກຊາຍທັງຫລາຍຂອງພວກເຈົ້າ ແລະ ກຳນົດໃຫ້ພວກເຂົາປະຈຳການລົດຮົບ ແລະ ໃຫ້ເປັນພົນມ້າຂອງພະອົງ, ແລະໃຫ້ຂັບຣົດມ້າຮົບທັງຫລາຍຂອງພະອົງ. \v 12 ພະອົງຈະແຕ່ງຕັ້ງພະອົງເອງໃຫ້ເປັນຜູ້ບັນຊາການທະຫານພັນຄົນ, ແລະ ຜູ້ບັບຊາການທະຫານຫ້າສິບຄົນ. ພະອົງຈະໃຫ້ບາງຄົນໄຖດິນຂອງພະອົງ, ບາງຄົນກ່ຽວເຂົ້າຂອງພະອົງ, ແລະບາງຄົນເຮັດອາວຸດທັງຫລາຍ ແລະເຄື່ອງໃຊ້ຂອງຣົດມ້າຮົບຂອງພະອົງ.