lo_1sa_text_ulb_l3/06/19.txt

1 line
904 B
Plaintext

\v 19 ພຣະຢາເວໄດ້ໂຈມຕີຊາວເບັດເຊເມດບາງສ່ວນ ເພາະພວກເຂົາໄດ້ເຫັນຂ້າງໃນຫີບພັນທະສັນຍາຂອງພຣະຢາເວ. ພຣະອົງໄດ້ຂ້າພວກຜູ້ຊາຍ 50.070 ຄົນ. ປະຊາຊົນກໍໂສກເສົ້າ, ເພາະພຣະຢາເວໄດ້ຂ້າປະຊາຊົນເປັນຈຳນວນຫລວງຫລາຍ. \v 20 ແລ້ວຊາວເມືອງເບັດເຊເມດຈຶ່ງໄດ້ກ່າວວ່າ, "ໃຜຈະສາມາດຢືນຢູ່ຕໍ່ພຣະພັກພຣະຢາເວໄດ້, ພຣະເຈົ້າຜູ້ບໍຣິສຸດນີ້? ຫີບຈະໄປຫາຜູ້ໃດ ເມື່ອໄປຈາກພວກເຮົາແລ້ວ?"