lo_1sa_text_ulb_l3/06/17.txt

1 line
1.4 KiB
Plaintext

\v 17 ຕໍ່ໄປນີ້ ເປັນຮູບຝີຄຳ ຊຶ່ງຊາວຟີລິສະຕິນສົ່ງກັບໄປເປັນ ເຄື່ອງບູຊາລົບລ້າງຄວາມຜິດແດ່ພຣະຢາເວ: ຮູບຫນຶ່ງສຳລັບເມືອງອາສະໂດດ, ຮູບຫນຶ່ງສຳລັບເມືອງກາຊາ, ຮູບຫນຶ່ງສຳລັບເມືອງອາສະເກໂລນ, ຮູບຫນຶ່ງສຳລັບເມືອງກາດ, ແລະ ອີກຮູບຫນຶ່ງສຳລັບເມືອງເອກໂຣນ. \v 18 ຮູບຫນູທອງຄຳກໍເຫມືອນກັນ ຕາມຈຳນວນເມືອງທັງຫມົດຂອງຊາວຟີລິສະຕິນທີ່ເປັນເມືອງຂອງເຈົ້ານາຍທັງຫ້າຄົນ, ທັງເມືອງທີ່ມີປ້ອມປາການ ແລະ ຫມູ່ບ້ານຕ່າງໆ. ຫີນກ້ອນໃຫຍ່ ຊຶ່ງຢູ່ຂ້າງຫີບພັນທະສັນຍາຂອງພຣະຢາເວ, ຊຶ່ງພວກເຂົາໄດ້ວາງໄວ້ນັ້ນ ກໍຍັງເປັນພະຍານຢູ່ຈົນທຸກວັນນີ້ ທີ່ທົ່ງນາຂອງໂຢຊວຍ ຊາວເບັດເຊເມດ.