lo_1sa_text_ulb_l3/06/14.txt

1 line
1.2 KiB
Plaintext

\v 14 ກວຽນໄດ້ເຂົ້າມາໃນທົ່ງນາຂອງໂຢຊວຍ ຈາກເມືອງເບັດເຊເມດ ແລະ ໄດ້ຢຸດຢູ່ທີ່ນັ້ນ. ມີຫີນໃຫຍ່ກ້ອນຫນຶ່ງຢູ່ທີ່ນັ້ນ, ແລະພວກເຂົາຈຶ່ງໄດ້ຜ່າໄມ້ຈາກກວຽນ, ແລະ ໄດ້ຖວາຍແມ່ງົວສອງໂຕນັ້ນເປັນເຄື່ອງເຜົາບູຊາແດ່ພຣະຢາເວ. \v 15 ຄົນເລວີໄດ້ນຳຫີບພັນທະສັນຍາຂອງພຣະຢາເວ ແລະ ກ່ອງທີ່ບັນຈຸຮູບຫລໍ່ທອງຄຳຕ່າງໆທີ່ຢູ່ຂ້າງໃນນັ້ນລົງ, ບ່ອນທີ່ຮູບທອງຄຳຕ່າງໆຢູ່ນັ້ນ, ແລະ ໄດ້ວາງສິ່ງຂອງເຫລົ່ານີ້ໄວ້ເທິງກ້ອນຫີນໃຫຍ່. ຊາວເບັດເຊເມດ ໄດ້ຖວາຍເຄື່ອງເຜົາບູຊາ ແລະ ຖວາຍສັດບູຊາແດ່ພຣະຢາເວໃນວັນດຽວກັນ.