lo_1sa_text_ulb_l3/06/07.txt

1 line
1.9 KiB
Plaintext

\v 7 ບັດນີ້ແລ້ວ, ຈົ່ງໄປຈັດຫາກວຽນໃຫມ່ຄັນຫນຶ່ງ ມາເຂົ້າທຽມແອກກັບງົວແມ່ລູກອ່ອນສອງຕົວ ຊຶ່ງຍັງບໍ່ເຄີຍເຂົ້າທຽມແອກມາກ່ອນ. ຈົ່ງຜູກແມ່ງົວຄູ່ນີ້ກັບກວຽນ, ແຕ່ໃຫ້ນຳລູກໆມັນຂອງກັບໄປເຮືອນ, ໃຫ້ພົ້ນຈາກແມ່ງົວຄູ່ນີ້. \v 8 ແລ້ວຈົ່ງນຳຫີບແຫ່ງພັນທະສັນຂອງພຣະຢາເວມາວາງໄວ້ເທິງກວຽນ. ໃຫ້ວາງເຄື່ອງທອງຄຳ ຊຶ່ງພວກເຈົ້າຈະສົ່ງໄປຖວາຍພຣະອົງເປັນເຄື່ອງບູຊາລົບຄວາມຜິດໄວ້ໃນກ່ອງຂ້າງຫີບນັ້ນ. ແລ້ວກໍສົ່ງມັນໄປ ແລະປ່ອຍໃຫ້ໄປຕາມທາງຂອງມັນ. \v 9 ແລ້ວລໍຖ້າເບິ່ງ; ຖ້າມັນໄປຕາມທາງເຖິງເຂດແດນຂອງມັນເອງ ໄປເຖິງເບັດເຊເມດ, ແລ້ວນັ້ນແຫລະ ແມ່ນພຣະຢາເວຜູ້ທີ່ໄດ້ຊົງເປັນຜູ້ເຮັດໃຫ້ເກີດຄວາມທຸກຍາກຢ່າງໃຫຍ່ຫລວງເຊັ່ນນີ້. ແຕ່ຖ້າບໍ່ເປັນເຊັ່ນນັ້ນ, ແລ້ວພວກເຮົາຈະໄດ້ຮູ້ວ່າ ບໍ່ແມ່ນພຣະຫັດຂອງພຣະອົງທີ່ຂ້ຽນຕີພວກເຮົາ; ຖືວ່າ ເປັນສິ່ງທີ່ເກີດຂຶ້ນກັບພວກເຮົາໂດຍບັງເອີນ.