lo_1sa_text_ulb_l3/04/19.txt

1 line
1.1 KiB
Plaintext

\v 19 ບັດນີ້ລູກໄພ້ຂອງລາວ, ຄືເມຍຂອງຟີເນຫັດກໍຖືພາ, ແລະໃກ້ກຳນົດເກີດລູກແລ້ວ. ເມື່ອນາງໄດ້ຍິນຂ່າວວ່າຫີບພັນທະສັນຍາຂອງພຣະເຈົ້າຖືກຍຶດໄປ ແລະພໍ່ຜົວຂອງນາງ ແລະ ຜົວຂອງນາງກໍໄດ້ຕາຍໄປ, ນາງກໍໄດ້ຄຸກເຂົ່າລົງ ແລະເກີດລູກ, ແຕ່ຄວາມເຈັບປວດສາຫັດເກີດຂຶ້ນຖ້ວມໃຈນາງ. \v 20 ເມື່ອນາງກຳລັງຈະຕາຍ ພວກຜູ້ຍິງທີ່ເຝົ້າເບິ່ງນາງໄດ້ເວົ້າວ່າ, "ຢ່າຢ້ານເລີຍ, ເພາະເຈົ້າຫາກໍໄດ້ລູກຄົນຫນຶ່ງ." ແຕ່ນາງບໍ່ໄດ້ຕອບ ຫລື ໃສ່ໃຈກັບເລື່ອງທີ່ພວກເຂົາໄດ້ເວົ້າກັບຫົວໃຈ.