lo_1sa_text_ulb_l3/04/07.txt

1 line
1.4 KiB
Plaintext

\v 7 ຊາວຟີລິສະຕິນກໍຢ້ານ; ພວກເຂົາເວົ້າວ່າ, "ພຣະເຈົ້າອົງຫນຶ່ງໄດ້ມາທີ່ຄ້າຍແລ້ວ." ພວກເຂົາເວົ້າວ່າ, "ວິບັດແກ່ພວກເຮົາ! ບໍ່ເຄີຍເກີດເລື່ອງຢ່າງນີ້ມາກ່ອນເລີຍ! \v 8 ວິບັດແກ່ພວກເຮົາ! ໃຜຈະຊ່ວຍເອົາພວກເຮົາຈາກອຳນາດຂອງພະເຈົ້າເຫລົ່ານີ້ໄດ້? ພະເຈົ້າເຫລົ່ານີ້ເປັນຜູ້ທີ່ໄດ້ບຸກໂຈມຕີຊາວເອຢິບ ດ້ວຍພັຍພິບັດທີ່ແຕກຕ່າງກັນຫລາຍຊະນິດໃນຖິ່ນແຫ້ງແລ້ງກັນດານ. \v 9 ຈົ່ງກ້າຫານເຖີ້ນ, ແລະຈົ່ງເປັນລູກຜູ້ຊາຍ, ເຈົ້າທັງຫລາຍຊາວຟີລິສະຕິນເອີຍ, ຫລື ພວກເຈົ້າຈະກາຍເປັນທາດຂອງຊາວເຮັບເຣີ, ດັ່ງທີ່ພວກເຂົາເຄີຍເປັນທາດພວກເຈົ້າ. ຈົ່ງເປັນລູກຜູ້ຊາຍ, ແລະຈົ່ງຕໍ່ສູ້."