lo_1sa_text_ulb_l3/02/31.txt

1 line
1.3 KiB
Plaintext

\v 31 ເບິ່ງແມ໋, ວັນເຫລົ່ານັ້ນຈະມາເຖິງ ເມື່ອເຮົາຈະຕັດກຳລັງຂອງພວກເຈົ້າອອກ ແລະ ກຳລັງຂອງເຊື້ອສາຍຂອງພໍ່ເຈົ້າ, ເພື່ອຈະບໍ່ມີຄົນເຖົ້າໃນເຊື້ອສາຍຂອງພວກເຈົ້າ. \v 32 ເຈົ້າຈະເຫັນຄວາມທຸກຮ້ອນໃນບ່ອນຢູ່ຂອງເຮົາ. ແມ່ນວ່າສິ່ງທີ່ດີຈະມອບໃຫ້ແກ່ອິສະຣາເອນກໍຕາມ, ແຕ່ຈະບໍ່ມີຄົນເຖົ້າໃນເຊື້ອສາຍຂອງພວກເຈົ້າ. \v 33 ມີໃຜໃນພວກເຈົ້າ ຊຶ່ງເຮົາບໍ່ໄດ້ຕັດເສຍຈາກແທ່ນບູຊາຂອງເຮົາ, ເຮົາຈະໃຫ້ດວງຕາທັງສອງຂອງພວກເຈົ້າຫລົ້ມແຫລວໄປ, ແລະເຮົາຈະເຮັດໃຫ້ເກີດຄວາມໂສກເສົ້າໃນຊີວິດຂອງພວກເຈົ້າ. ທຸກຄົນທີ່ເກີດໃນເຊື້ອສາຍຂອງພວກເຈົ້າຈະຕາຍ.