lo_1sa_text_ulb_l3/02/27.txt

1 line
1.2 KiB
Plaintext

\v 27 ບັດນີ້ ຄົນຂອງພຣະເຈົ້າມາຫາເອລີ ແລະເວົ້າກັບລາວວ່າ, "ພຣະຢາເວກ່າວດັ່ງນີ້ວ່າ, 'ເຮົາບໍ່ໄດ້ເປີດເຜີຍເຮົາເອງໃຫ້ແກ່ບັນພະບຸຣຸດຂອງເຈົ້າ, ເມື່ອພວກເຂົາຍັງຢູ່ໃນເອຢິບ ພາຍໃຕ້ການເປັນທາດຢູ່ໃນເຊື້ອສາຍຂອງຟາໂຣຫລື? \v 28 ເຮົາໄດ້ເລືອກລາວອອກຈາກເຜົ່າອິສະຣາເອນທັງຫມົດ ໃຫ້ເປັນປະໂລຫິດຂອງເຮົາ, ເພື່ອຂຶ້ນໄປທີ່ແທ່ນບູຊາຂອງເຮົາ, ແລະ ເຜົາເຄື່ອງຫອມບູຊາ, ເພື່ອນຸ່ງເສື້ອເອໂຟດຕໍ່ຫນ້າເຮົາ. ເຮົາໄດ້ມອບໃຫ້ແກ່ບັນພະບຸຣຸດຂອງເຈົ້າດ້ວຍເຄື່ອງຖວາຍທັງຫລາຍ ທີ່ປະຊາຊົນອິສະຣາເອນໄດ້ຖວາຍບູຊາດ້ວຍໄຟ.