lo_1sa_text_ulb_l3/02/22.txt

1 line
1.2 KiB
Plaintext

\v 22 ບັດນີ້ ເອລີກໍເຖົ້າຫລາຍແລ້ວ; ລາວໄດ້ຍິນເຖິງທຸກສິ່ງທີ່ລູກທັງສອງຂອງລາວກຳລັງເຮັດແກ່ຊາວອິສະຣາເອນທັງຫມົດ, ແລະທີ່ພວກເຂົາຫລັບນອນກັບຜູ້ຍິງທີ່ຮັບໃຊ້ຢູ່ທີ່ທາງເຂົ້າຫໍເຕັນນັດພົບ. \v 23 ລາວກໍເວົ້າກັບພວກເຂົາວ່າ, "ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫລົ່ານີ້? ເພາະຂ້ອຍໄດ້ຍິນກ່ຽວກັບການກະທຳອັນຊົ່ວຮ້າຍຈາກປະຊາຊົນທັງຫມົດເຫລົ່ານີ້." \v 24 ຢ່າເລີຍ, ລູກເອີຍ; ເພາະວ່າມັນເປັນເລື່ອງທີ່ບໍ່ດີທີ່ເຮົາໄດ້ຍິນນັ້ນ. ພວກເຈົ້າເຮັດໃຫ້ປະຊາຊົນຂອງພຣະຢາເວບໍ່ເຊື່ອຟັງ.