lo_1sa_text_ulb_l3/02/15.txt

1 line
1.4 KiB
Plaintext

\v 15 ຍິ່ງໄປກວ່ານັ້ນ, ກ່ອນທີ່ພວກເຂົາເຜົາໄຂມັນ, ຄົນຮັບໃຊ້ຂອງປະໂລຫິດໄດ້ເຂົ້າມາ, ແລະເວົ້າກັບຊາຍທີ່ກຳລັງຖວາຍສັດບູຊາຢູ່ນັ້ນວ່າ,"ຂໍຊີ້ນໄປປີ້ງໃຫ້ປະໂລຫິດແດ່; ເພາະວ່າລາວຈະບໍ່ຮັບຊີ້ນຕົ້ມຈາກເຈົ້າ, ແຕ່ເອົາຊີ້ນດິບເທົ່ານັ້ນ." \v 16 ຖ້າຊາຍຄົນນັ້ນກ່າວແກ່ລາວວ່າ, "ພວກເຂົາຈະຕ້ອງເຜົາໄຂມັນກ່ອນ, ແລະ ແລ້ວຈຶ່ງເອົາໄປຕາມທີ່ທ່ານຕ້ອງການເທີ້ນ." ແລ້ວລາວຈະຕອບວ່າ, "ບໍ່ໄດ້, ເຈົ້າຈະຕ້ອງໃຫ້ຂ້ອຍດຽວນີ້; ຖ້າບໍ່ໃຫ້, ຂ້ອຍກໍຈະໃຊ້ກຳລັງເອົາໄປ." \v 17 ບາບຂອງຄົນຫນຸ່ມທັງສອງນັ້ນ ໃຫຍ່ຫລວງ ຕໍ່ຫນ້າຂອງພຣະຢາເວ, ເພາະວ່າພວກເຂົາໄດ້ຫມິ່ນປະຫມາດເຄື່ອງຖວາຍບູຊາແດ່ພຣະຢາເວ.