lo_1sa_text_ulb_l3/01/21.txt

1 line
1.5 KiB
Plaintext

\v 21 ອີກເທື່ອຫນຶ່ງ, ເອນການາ ແລະທຸກຄົນໃນຄົວເຮືອນຂອງລາວໄດ້ກັບຂຶ້ນໄປເພື່ອຖວາຍສັດບູຊາແດ່ພຣະຢາເວເປັນປະຈຳທຸກປີ ແລະແກ້ຄຳສາບານຂອງລາວ. \v 22 ແຕ່ຮັນນາບໍ່ໄດ້ໄປ; ນາງໄດ້ເວົ້າກັບຜົວຂອງນາງວ່າ, "ຂ້ອຍຈະບໍ່ໄປຈົນກວ່າເດັກຈະອອກນົມກ່ອນ; ແລ້ວຂ້ອຍຈະພາລາວໄປ, ເພື່ອວ່າລາວຈະໄດ້ປາກົດຕົວຕໍ່ຫນ້າພຣະຢາເວ ແລະ ຢູ່ທີ່ນັ້ນຕະຫລອດໄປ." \v 23 ເອນການາ ຜົວຂອງນາງກໍບອກນາງວ່າ, "ຈົ່ງເຮັດຕາມທີ່ເຈົ້າເຫັນວ່າດີສຳລັບເຈົ້າເຖີ້ນ. ຖ້າຈົນຮອດຍາມທີ່ເຈົ້າໃຫ້ລາວອອກນົມກ່ອນ; ຂໍພຽງແຕ່ພຣະຢາເວຢັ້ງຢືນຖ້ອຍຄຳຂອງພຣະອົງ." ດ້ວຍເຫດນີ້ ຍິງນັ້ນກໍຢູ່ ແລະ ໄດ້ລ້ຽງດູລູກຂອງນາງຈົນກວ່ານາງໄດ້ໃຫ້ລາວອອກນົມ.