\v 8 ແລ້ວໂຢນາທານເວົ້າວ່າ, "ພວກເຮົາຈະຂ້ວາມໄປຫາພວກທະຫານ, ແລະພວກເຮົາຈະສະແດງຕົວພວກເຮົາໃຫ້ພວກເຂົາ. \v 9 ຖ້າພວກເຂົາເວົ້າກັບພວກເຮົາວ່າ, 'ຈົ່ງລໍຖ້າຢູ່ທີ່ນັ້ນຈົນກວ່າພວກເຮົາຈະມາເຖິງຕົວພວກເຈົ້າ' — ແລ້ວພວກເຮົາຈະຢືນໃນສະຖານທີ່ຂອງພວກເຮົາ ແລະ ຈະບໍ່ຂຶ້ນໄປຫາພວກເຂົາ. \v 10 ແຕ່ຖ້າພວກເຂົາຕອບວ່າ, 'ຈົ່ງຂຶ້ນມາຫາພວກເຮົາ' ແລ້ວພວກເຮົາຈະຂຶ້ນໄປ; ເພາະວ່າ ພຣະຢາເວໄດ້ມອບພວກເຂົາໄວ້ໃນມືຂອງເຮົາແລ້ວ. ນີ້ຈະເປັນສັນຍານແກ່ເຮົາ."