\v 12 ຜູ້ຊາຍເຜົ່າເບັນຢາມິນຄົນຫນຶ່ງໄດ້ແລ່ນມາຈາກສະຫນາມຮົບ ແລະມາເຖິງຊີໂລໃນວັນດຽວກັນນັ້ນ, ມາເຖິງດ້ວຍເສື້ອຜ້າຂາດ ແລະຂີ້ຝຸ່ນດິນກໍຢູ່ເທິງຫົວຂອງລາວ. \v 13 ເມື່ອລາວໄດ້ມາເຖິງ, ເອລີກຳລັງນັ່ງຢູ່ບ່ອນນັ່ງຂອງລາວຂ້າງຖະຫນົນ ລໍຖ້າເບິ່ງ ເພາະຈິດໃຈຂອງທ່ານຢ້ານກ່ຽວກັບເລື່ອງຫີບພັນທະສັນຍາຂອງພຣະເຈົ້າ. ເມື່ອຜູ້ຊາຍຄົນນັ້ນໄດ້ເຂົ້າມາໃນເມືອງ ແລະໄດ້ບອກຂ່າວ, ແລະ ຊາວເມືອງທັງຫມົດກໍຮ້ອງໄຫ້ສຽງດັງ.