\v 19 ຊາມູເອນເຕີບໃຫຍ່ຂຶ້ນ, ແລະພຣະຢາເວສະຖິດກັບລາວ ແລະບໍ່ໃຫ້ຄຳທຳນວາຍທັງຫມົດຂອງລາວເປັນຄວາມຈິງ. \v 20 ຊາວອິສະຣາເອນທັງຫມົດ ຕັ້ງແຕ່ດານເຖິງເບເອຊາບາກໍໄດ້ຮູ້ວ່າ ຊາມູເອນໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ທຳນວາຍຂອງພຣະຢາເວ. \v 21 ພຣະຢາເວປາກົດອີກເທື່ອຫນຶ່ງທີ່ຊີໂລ, ເພາະພຣະອົງສະແດງພຣະອົງເອງແກ່ຊາມູເອນ ທີ່ຊີໂລໂດຍພຣະທັມຂອງພຣະອົງ.