\v 19 ທົ່ວແຜ່ນດິນອິສະຣາເອນບໍ່ສາມາດຈະຫາຊ່າງຕີເຫລັກໄດ້, ເພາະພວກຟີລິສະຕິນໄດ້ກ່າວວ່າ, "ຢ້ານວ່າ ພວກເຮັບເຣິຈະເຮັດດາບ ຫລື ຫອກສຳລັບພວກເຂົາ." \v 20 ແຕ່ຄົນອິສະຣາເອນທັງປວງໄດ້ລົງມາຫາພວກຟີລິສະຕິນ, ແຕ່ລະຄົນໄດ້ຝົນໄຖ, ສຽມ, ຂວານ ແລະ ກ່ຽວ ຂອງພວກເຂົາ. \v 21 ຄ່າຈ້າງໃນຝົນນັ້ນສອງສ່ວນສາມເຊກຽນສຳລັບໄຖແລະສຽມ, ແລະຫນຶ່ງສ່ວນສາມສຳລັບສ້ອມສາມງ່າມ, ຂວານ ແລະ ໄມ້ແສ້ຕີງົວ.