\v 3 ບັດນີ້ຝູງລວາຂອງກີເຊ, ຜູ້ເປັນພໍ່ຂອງໂຊນ, ຫາຍໄປ. ດັ່ງນັ້ນກີເຊ ຈຶ່ງໄດ້ເວົ້າກັບໂຊນລູກຊາຍຂອງຕົນວ່າ, "ຈົ່ງເອົາຄົນໃຊ້ຄົນຫນຶ່ງໄປກັບເຈົ້າ; ຈົ່ງລຸກຂຶ້ນແລະໄປຕາມຫາຝູງລາ." \v 4 ດັ່ງນັ້ນ ໂຊນຈຶ່ງໄດ້ເດີນທາງຜ່ານແດນເຂດເນີນພູເຂົາເອຟາຣາອິມ ແລະໄດ້ເດີນທາງຜ່ານເຂົ້າດິນແດນຊາລີຊາ, ແຕ່ພວກເຂົາຊອກຫາຝູງລາບໍ່ພົບ. ແລ້ວພວກເຂົາກໍໄດ້ຜ່ານຂ້າມດິນແດນຊາອາລິມ, ແຕ່ຝູງລາບໍ່ໄດ້ຢູ່ທີ່ນັ້ນ. ແລ້ວລາວໄດ້ຜ່ານເຂົ້າດິນແດນຂອງເບັນຢາມິນ, ແຕ່ພວກເຂົາບໍ່ໄດ້ພົບຝູງລາເລີຍ.