\v 6 ລາວໃສ່ສະນັບແຂ້ງທອງແດງ ແລະມີຫອກຊັດທອງແດງຢູ່ທີ່ບ່າທັງສອງຂ້າງຂອງລາວ. \v 7 ດ້າມຫອກຂອງລາວນັ້ນໃຫຍ່, ພ້ອມດ້ວຍເຊືອກຮ້ອຍສຳລັບການພຸ່ງມັນ ເຫມືອນສາຍເທິງໄມ້ມັດຫູກຕໍ່າຜ້າ. ປາຍຫອກເປັນເຫລັກຫນັກປະມານຫົກຮ້ອຍເຊເຂັນ. ຄົນຖືໂລ່ຂອງລາວກໍຍ່າງນຳຫນ້າລາວໄປ.