\v 13 ດາວິດໄດ້ຖາມລາວວ່າ, "ເຈົ້າເປັນຄົນຂອງໃຜ? ເຈົ້າມາຈາກໃສ? ລາວຕອບວ່າ, "ຂ້ານ້ອຍເປັນຄົນຫນຸ່ມແຫ່ງເອຢິບ, ຄົນໃຊ້ຂອງຄົນອາມາເລກ; ເມື່ອສາມວັນມາແລ້ວນາຍຂອງຂ້ານ້ອຍໄດ້ປະຖິ້ມຂ້ານ້ອຍ ເພາະວ່າຂ້ານ້ອຍໄດ້ປ່ວຍມາສາມວັນແລ້ວ. \v 14 ພວກເຮົາໄດ້ມາປຸ້ນທີ່ເນແກບຂອງຄົນເຄເຕທີ, ແລະປຸ້ນເຄື່ອງຂອງໆຢູດາ, ແລະທີ່ເນແກບຂອງຄາເລັບ, ແລະພວກເຮົາໄດ້ເຜົາເມືອງຊິກລັກ."