\v 19 ເພາະວ່າຖ້າຊາຍຄົນໃດພົບສັດຕຣູຂອງຕົນ, ລາວຈະປ່ອຍເຂົາໄປຢ່າງປອດພັຍຫລື? ຂໍພຣະຢາເວປຣະທານລາງວັນແກ່ເຈົ້າສຳລັບການດີທີ່ເຈົ້າໄດ້ເຮັດແກ່ເຮົາໃນວັນນີ້. \v 20 ບັດນີ້, ເຮົາຮູ້ແລ້ວວ່າ ເຈົ້າຈະເປັນກະສັດຢ່າງແນ່ນອນ ແລະ ຣາຊະອານາຈັກອິສະຣາເອນຈະຕັ້ງຫມັ້ນຄົງຢູ່ໃນມືຂອງເຈົ້າ.