\v 47 ແລ້ວໂຊນໄດ້ເລີ່ມປົກຄອງເຫນືອຄົນອິສະຣາເອນນັ້ນ, ພະອົງໄດ້ຕໍ່ສູ້ສັດຕຣູທັງຫລາຍຂອງພະອົງທຸກດ້ານ. ພະອົງໄດ້ຕໍ່ສູ້ກັບໂມອາບ, ຊາວອຳໂມນ, ຊາວເອໂດມ, ກັບບັນດາກະສັດແຫ່ງໂສບາ, ແລະ ຄົນຟີລິສະຕິນ. ບໍ່ວ່າພະອົງຈະຫັນໄປທາງໃດ, ພະອົງກໍໄດ້ຕີພວກເຂົາແຕກພ່າຍໄປ. \v 48 ພະອົງສູ້ຮົບຢ່າງກ້າຫານ ແລະ ໄດ້ປາບປາມພວກອາມາເຫລັກ. ພະອົງໄດ້ຊົງຊ່ວຍກູ້ອິສະຣາເອນໃຫ້ພົ້ນຈາກມືຂອງພວກທີ່ປຸ້ນພວກເຂົາ