\v 5 ແຕ່ລາວໄດ້ແບ່ງໃຫ້ຮັນນາສອງເທົ່າ, ເພາະວ່າລາວຮັກຮັນນາ, ເຖິງວ່າພຣະຢາເວໄດ້ປິດມົດລູກຂອງນາງໄວ້. \v 6 ຄູ່ແຂ່ງຂອງນາງກໍເຍາະເຍີ້ຍນາງຢ່າງຫນັກ ເພື່ອເຮັດໃຫ້ນາງໃຈຮ້າຍ, ຍ້ອນວ່າພຣະຢາເວໄດ້ປິດມົດລູກຂອງນາງ.