\v 28 ເອລີອາບອ້າຍກົກໄດ້ຍິນດາວິດເວົ້າກັບພວກຜູ້ຊາຍທັງຫລາຍ. ເອລີອາບກໍໄດ້ໂກດຮ້າຍດາວິດ, ແລະລາວໄດ້ກ່າວວ່າ, "ເຈົ້າລົງມາທີ່ນີ້ເຮັດຫຍັງ? ເຈົ້າໄດ້ປະຖິ້ມແກະຈຳນວນຫນ້ອຍດຽວໄວ້ກັບໃຜໃນຖິ່ນແຫ້ງແລ້ງກັນດານນັ້ນ? ຂ້ອຍເອງຮູ້ເຖິງຄວາມອວດດີຂອງເຈົ້າ, ແລະຄວາມຄິດຊົ່ວໃນໃຈຂອງເຈົ້າ; ເພາະເຈົ້າໄດ້ລົງມາເພື່ອທີ່ເຈົ້າຈະມາເບິ່ງສົງຄາມ." \v 29 ດາວິດຈຶ່ງໄດ້ຕອບວ່າ,"ຕອນນີ້ຂ້ອຍໄດ້ເຮັດຫຍັງຫລືຍັງ? ຂ້ອຍກໍພຽງແຕ່ຖາມບໍ່ແມ່ນຫລື?" \v 30 ລາວຈຶ່ງໄດ້ຫັນໄປຫາຄົນອື່ນເສຍ, ແລະໄດ້ເວົ້າຢ່າງດຽວກັນ. ປະຊາຊົນກໍໄດ້ຕອບລາວເຫມືອນຢ່າງຄາວກ່ອນ.