\v 10 ພຣະຢາເວໄດ້ມາ ແລະຢືນຢູ່; ພຣະອົງເອີ້ນຄືກັນກັບຄັ້ງກ່ອນໆວ່າ, "ຊາມູເອນ, ຊາມູເອນ." ແລ້ວຊາມູເອນຕອບວ່າ, "ຂໍໂຜດເວົ້າເທີ້ນ, ເພາະຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່." \v 11 ພຣະຢາເວເວົ້າກັບຊາມູເອນວ່າ, "ເບິ່ງແມ້, ເຮົາກຳລັງຈະເຮັດສິ່ງຫນຶ່ງໃນອິດສະຣາເອນ ທີ່ຊຶ່ງຫູຂອງທຸກຄົນທີ່ໄດ້ຍິນຈະມຶນໄປ.