\v 17 ພະອົງໄດ້ກ່າວກັບດາວິດວ່າ, "ເຈົ້າຊອບທັມຍິ່ງກ່າວເຮົາ. ເພາະເຈົ້າຕອບແທນເຮົາດ້ວຍຄວາມດີ, ໃນເມື່ອເຮົາຕອບແທນເຈົ້າດ້ວຍຄວາມຮ້າຍກາດ. \v 18 ເຈົ້າໄດ້ສະແດງໃຫ້ເຮົາເຫັນໃນວັນນີ້ແລ້ວວ່າ ເຈົ້າເຮັດຄວາມດີຕໍ່ເຮົາຢ່າງໃດ, ໃນການທີ່ເຈົ້າບໍ່ໄດ້ປຣະຫານຊີວິດຂອງເຮົາເສຍ ເມື່ອພຣະຢາເວໄດ້ຊົງມອບເຮົາໄວ້ໃນຄວາມເມດຕາຂອງເຈົ້າ.