\v 55 ເມື່ອໂຊນເຫັນດາວິດອອກໄປຕໍ່ສູ້ກັບຄົນຟີລິສະຕິນ, ພະອົງຈຶ່ງໄດ້ຖາມອັບເນແມ່ທັບຂອງທ່ານວ່າ,"ອັບເນ, ຊາຍຫນຸ່ມຄົນນີ້ເປັນລູກຂອງໃຜ? ອັບເນກ່າວວ່າ,"ຂ້າແດ່ກະສັດ, ພະອົງຊົງມີຊີວິດຢູ່ແນ່ສັນໃດ, ຂ້ານ້ອຍບໍ່ຮູ້." \v 56 ກະສັດຈຶ່ງໄດ້ກ່າວວ່າ,"ໄປສຶບຖາມເບິ່ງວ່າ, ເດັກຫນຸ່ມຄົນນີ້ເປັນລູກຂອງໃຜ."