\v 12 ຊາມູເອນກໍໄດ້ລຸກຂຶ້ນແຕ່ເຊົ້າໆ ເພື່ອທີ່ຈະໄປຫາໂຊນໃນເຊົ້ານັ້ນ. ຊາມູເອນຖືກບອກວ່າ, "ໂຊນໄດ້ມາທີ່ພູເຂົາກາເມນ ແລະ ພະອົງໄດ້ມາສ້າງອະນຸສາວະລີຂອງພະອົງເອງ, ແລ້ວກໍໄດ້ຫັນກັບໄປ ແລະ ໄດ້ມຸ້ງຫນ້າຜ່ານລົງໄປຈົນເຖິງກິນການ." \v 13 ແລ້ວຊາມູເອນກໍໄດ້ມາຫາໂຊນ, ແລະໂຊນກ່າວກັບເພີ່ນວ່າ, "ຂໍພຣະຢາເວຊົງອວຍພອນທ່ານເຖີດ! ຂ້າພະເຈົ້າໄດ້ປະຕິບັດຕາມພຣະບັນຊາຂອງພຣະຢາເວແລ້ວ."