\v 14 ຖ້າພວກທ່ານຢຳເກງພຣະຢາເວ, ຮັບໃຊ້ພຣະອົງ, ເຊື່ອຟັງພຣະສຸຣະສຽງຂອງພຣະອົງ, ແລະບໍ່ກະບົດຕໍ່ພຣະບັນຊາຂອງພຣະຢາເວ, ແລ້ວທັງທ່ານ ແລະ ກະສັດຜູ້ປົກຄອງເຫນືອພວກທ່ານ ຈະເປັນຜູ້ຕິດຕາມພຣະຢາເວພຣະເຈົ້າຂອງພວກທ່ານ. \v 15 ຖ້າພວກທ່ານບໍ່ຟັງພຣະສຸຣະສຽງຂອງພຣະຢາເວ, ແຕ່ກະບົດຕໍ່ພຣະບັນຊາຂອງພຣະຢາເວ, ແລ້ວມືຂອງພຣະຢາເວຈະຊົງຕໍ່ສູ້ພວກທ່ານ, ເຫມືອນທີ່ໄດ້ຕໍ່ສູ້ບັນພະບູຣຸດທັງຫລາຍຂອງພວກທ່ານ.