\v 16 ພະອົງຈະເອົາພວກຂ້າຣາຊະການຊາຍ ແລະ ຍິງເປັນຂອງພະອົງ ແລະສ່ວນທີ່ດີທີ່ສຸດຂອງພວກຄົນຫນຸ່ມ ແລະລວາຫລາຍຕົວຂອງພວກເຈົ້າໄປ; ພະອົງຈະໃຫ້ພວກເຂົາເຮັດວຽກງານທັງຫມົດໃຫ້ພະອົງ. \v 17 ພະອົງຈະຫັກຫນຶ່ງສ່ວນສິບຂອງຝູງສັດຂອງພວກເຈົ້າ, ແລະພວກເຈົ້າຈະເປັນທາດຂອງພະອົງ. \v 18 ແລ້ວໃນວັນນັ້ນພວກເຈົ້າຈະຮ້ອງທຸກ ເພາະກະສັດຂອງພວກເຈົ້າ ຜູ້ຊຶ່ງພວກເຈົ້າໄດ້ເລືອກເອົາສຳລັບພວກເຈົ້າ; ແຕ່ພຣະຢາເວຈະບໍ່ຕອບພວກເຈົ້າໃນວັນນັ້ນ."