\v 27 ກ່ອນເວລາທີ່ກຳຫນົດໄວ້ຈະຫມົດໄປ, ດາວິດໄດ້ໄປພ້ອມກັບຄົນທັງຫລາຍຂອງລາວ ແລະໄດ້ຂ້າພວກຟີລິສະຕິນສອງຮ້ອຍຄົນ. ດາວິດກໍໄດ້ນຳຫນັງປາຍອະໄວຍະວະເພດຊາຍຂອງພວກເຂົາມາ, ແລະໄດ້ຖວາຍເຕັມຈຳນວນໃຫ້ແກ່ກະສັດ, ດັ່ງນັ້ນກະສັດຈຶ່ງໄດ້ຍົກມີຄາລູກສາວຂອງພະອົງໃຫ້ເປັນພັນລະຍາຂອງດາວິດ. \v 28 ເມື່ອໂຊນໄດ້ເຫັນ, ແລະຮູ້ວ່າພຣະຢາເວສະຖິດກັບດາວິດ, ແລະມີຄາລູກສາວຂອງໂຊນ, ໄດ້ຮັກລາວ. \v 29 ໂຊນກໍຍິ່ງຢ້ານກົວດາວິດຫລາຍຂຶ້ນ. ໂຊນຈຶ່ງໄດ້ເປັນສັດຕຣູຂອງດາວິດຕະຫລອດມາ.