\v 11 ເມື່ອຄົນທີ່ອາໄສຢູ່ທີ່ເມືອຢາເບດກີເລອາດໄດ້ຍິນວ່າຄົນຟິລິດສະຕິນເຮັດຢ່າງນັ້ນກັບໂຊນ, \v 12 ຜູ້ຊາຍທີ່ເປັນນັກຮົບທຸກຄົນກໍໄດ້ລຸກຂຶ້ນ ແລະເດີນທາງຕະຫລອດຄືນ ແລະໄດ້ປົດສົບຂອງໂຊນ ແລະສົບຂອງລູກຊາຍທັງສາມຈາກກຳແພງເມືອງບາຊານ. ພວກເຂົາໄດ້ນຳມາທີ່ເມືອງຢາເບດ ແລະໄດ້ເຜົາສົບຢູ່ທີ່ນັ້ນ. \v 13 ແລ້ວພວກເຂົາໄດ້ເກັບກະດູກ ແລະໄດ້ໄປຝັງສົບຂອງໂຊນ ແລະລູກຊາຍຂອງພະອົງໄວ້ທີ່ກ້ອງຕົ້ນສົນຫມອກໃນຢາເບດ, ແລະໄດ້ອົດອາຫານເປັນເວລາເຈັດວັນ.