\c 31 \v 1 ບັດນີ້ຄົນຟີລິດສະຕິນໄດ້ຕໍ່ສູ້ກັບຄົນອິດສະຣາເອນ. ແລະຄົນອິດສະຣາເອນກໍໄດ້ຫນີຕໍ່ຫນ້າຄົນຟີລິດສະຕິນ ແລະໄດ້ຫລົ້ມຕາຍຢູ່ເທິງພູເຂົາກີໂບອາ. \v 2 ຄົນຟີລິດສະຕິນກໍໄດ້ໄລ່ທັນໂຊນແລະພວກລູກຊາຍຂອງພະອົງ. ຄົນຟີລິດສະຕິນກໍໄດ້ຂ້າບັນດາລູກຊາຍຂອງໂຊນຄືໂຢນາທານ, ອາບີນາດາບ, ແລະມັກຄີຊູວາ. \v 3 ການສູ້ຮົບກໍຫນັກຫນ່ວງຕໍ່ໂຊນ, ແລະພວກນັກແມ້ນທະນູກໍໄດ້ໂຈມຕີໂຊນຢ່າງກະທັນຫັນ. ພະອົງໄດ້ຮັບບາດເຈັບສາຫັດເພາະພວກເຂົາ.